Uncategorized

ໂຄງການທາສີຕຶກບືງທາດຫລວງ

ອັນນີ້ກໍເປັນຕຶກທີ່2ແລ້ວທີ່ພວກເຮົາໃດ້ສຳເລັດວຽກໄປ ແຕ່ພາລະຫນ້າທີ່ແມ່ນຍັງອີກຍາວນານ ຈົດກວ່າຕຶກສີສົ້ມທີ່ມີຢູ່ນີ້ຊິກາຍເປັນຕຶກສີເທົາໃຫ້ຫມົດ ພວກເຮົາຈື່ງຈະສຳເລັດຫນ້າທີ່

ທາສີຕຶກໂຄງການບືງທາດຫລວງ

ກະຖືວ່າສຳເລັດເຊັດສີ້ນກັນໄປແລ້ວສຳຫລັບຕຶກເບີ4 ແລະກຳລົງສີຮອງພື້ນຕຶກຫມາຍເລກ3ຕໍ່ໄປ ຄິດວ່າຜົນງານຂອງທີມງານພວກຄືຈະຖືກໃຈເຈົ້າຂອງເພີ່ນບໍ່ຫລາຍກະຫນ້ອຍ….

ຜົ່ນສີຫລັງຄາສິບວັດຈອມມະນີ

ກະຖືວ່າຈົບໄປອີກງານ ສຳຫລັບການຜົ່ນສີຫລັງຄາສິບວັດຈອມມະນີ ທັງໃດ້ປະກອບສ່ວນເຮັດບຸນທັງໃດ້ຊ່ວຍຄູບາລຸນເພີ່ນປະດິສັງຄອນບຸລະນະວັດຄືນໃຫ່ມ ໃນການໃດ້ຖືກເລືອກໃຫ້ມາເປັນເຈົ້າອາວາດວັດຈອມມະນີ….ສາທຸຕໍ່ໄປນີ້ກະຂໍໃຫ້ບໍລິສັດຜູ້ຂ້າມີແຕ່ຄວາມຈະເລີນຮຸ່ງເຮືອງດ້ວຍເຖີດ.

ປ້າຍໂຄສະນາຕິດລົດ

ການທຳມາຫາກິນທຸກມື້ນີ້ ມັນຕ້ອງໃຫ້ເຖີງລູກຄ້າ ການເຮັດປ້າຍໂຄສະນາຕິດລົດກະເປັນການສົ່ງຂ່າວຫາລູກຄ້າອີກທາງຫນື່ງທີ່ໃດ້ຜົນດີ ແລະປະຈັກຕາ ຖ້າບັນດາລູກຄ້າທ່ານໃດເຫັນກະຊ່ວຍແນະນຳ ຕຳນິສົ່ງຂ່າວໃດ້ເດີ້ເຈົ້າ ເພື່ອຈະໃດ້ປັບປຸງໃຫ້ມັນດີຂື້ນກວ່າເກົ່າ ແລະ ເຂົ້າເຖີງລູກຄ້າໃດ້ງ່າຍກວ່າເກົ່າເນາະ???

ທາສີຕຶກຂອງໂຄງການບືງທາດຫລວງ

ນີ້ກໍເປັນອີກໂອກາດຫນື່ງທີ່ທາງຜູ້ໃຫ່ຍໃຈດີເພີ່ນໃດ້ເຫັນຜັນງານແລະຄວາມສາມາດຂອງທີມງານສະບາຍຄລີນນີ້ງຂອງພວກເຮົາ ແລະກໍຂໍຂອບໃຈນຳເພີ່ນທີ່ເປີດໂອກາດໃຫ້ ແລະ ໃດ້ມອບວຽກໃຫ້ພວກເຮົາໃດ້ເຮັດຕະຫລອດປີນີ້ ແລະ ນີ້ກະເປັນພຽງບາດກ້າວທີ່ເລີ່ມຕົ້ນ ວຽກງານຍັງອີກຫລາຍ ແລະ ຍາວນານ

ສຳນັກງານຫ້ອງການ ໄຟຟ້າລາວ

ວຽກລ້າງອານາໄມແກ້ວຄອມໂພສິດ ເປັນອີກບາດກ້າວຫນື່ງຂອງທີມງານເຮົາ ທີ່ໃດ້ຮັບການໃວ້ວາງໃຈຈາກ ໄຟຟ້າລາວ ທີ່ມອບໃຫ້ພວກເຮົາດູແລຄວາມສະອາດພາຍນອກອາຄານ ເປັນການອານາໄມແລະສ້ອມແຊມຮອຍຮົ່ວຊຶມຂອງນ້ຳ ຂໍຂອບໃຈເພີ່ນອີກເທື່ອຫນື່ງທີ່ໃຊ້ບໍລິການກັບພວກເຮົາ














ວຽກທາສີທີ່ຕຶກ SP

ຂໍຂອບໃຈເພີ່ນຜູ້ໃຈດີ ລູກຄ້າປະຈຳຂອງບໍລິສັດພວກເຮົາ ຕຶກນີ້ເພີ່ນໃຊ້ບໍລິການເກືອບວ່າຫມົດທຸກຢ່າງ ຮາຮາຮາ ຊຸດນີ້ແມ່ນວຽກທາສີ ອາຄານທັງຫມົດ ແຕ່ລະເທື່ອແມ່ນວຽກສ້ອມແຊມ ຮ່ອຍຮົ່ວຂອງນ້ຳ ແອຣ ແລະ ສີດກາວຊີລິໂຄນ

ສຸກສັນວັນຜູ້ໃຊ້ແຮງງານສາກົນ ຫມົດທຸກຄົນເດີ້

ປີນີ້ບໍ່ໃດ້ສະະຫລອງຫຍັງຫລາຍ ພາທີມງານໄປກິນຊີ້ນດາດລະແລ້ວ ເພາະສະຖານະການຍັງບໍ່ທັນອຳນວຍເລື່ອງການມ່ວຍຊື່ນ ສະນັ້ໜຂໍໃຫ້ຜູ້ໃຊ້ແຮງງານທົ່ວໂລກຈົ່ງມີສຸຂະພາບແຂງແຮງ ແລະ ມີສັນຕິພາບຮ່ວມກັນ ປອດໄພຈາກໂລກໄພໄຂ້ເຈັບ ແລະ ສົງຄາມເດີ້….

ຫລັງປີໃຫ່ມລາວກະພໍໃດ້ວຽກຢູ່

ນີ້ກະເປັນອີກຜົນງານຫນື່ງ ທີ່ລູກຄ້າຄົນຈີນໃດ້ໃຊ້ບໍລິການຂອງພວກເຮົາ ນີ້ແມ່ນການລ້າງແກ້ວຕຶກໂຮງແຮມຫນ້າສູນການຄ້າໄອເຕັກ…

ປີໃຫ່ມລາວ ສົງການປີ 2565

ປີໃຫ່ມລາວປີນີ້ ພວກເຮົາບໍ່ສາມາດພາກັນສະຫລອງຢູ່ຫ້ອງ ພວກເຮົາໃດ້ພາກັນໄປກິນຊາບູເອົາສະເນາະແບບວ່າບໍ່ມີທາດເຫລົ້າແລະເບຍ ແບບມີແຕ່ອາຫານເຕັມອີ່ມ

Scroll to top